ກ່ຽວກັບ ບໍລິສັດ ນາວິດ ຈຳກັດ

ປະຫວັດຂອງພວກເຮົາ

ບໍລິສັດ ນາວີດ ຈຳກັດ ກໍ່ຕັ້ງຂຶ້ນໃນປີ 2020 ເຊິ່ງເປັນຜູ້ໃຫ້ບໍລິການອຸປະກອນອຸດສາຫະກຳ ແລະ ໂຊລູຊັນສຳລັບສະຖານທີ່ເຮັດວຽກທີ່ໄດ້ຮັບຄວາມໄວ້ວາງໃຈໄດ້ໃນປະເທດລາວ. ເລີ່ມຕົ້ນຈາກອຸປະກອນຈັດວາງເຄື່ອງໃນສາງ, ອຸປະກອນຕົບແຕ່ງຫ້ອງການ, ເຄື່ອງມືຊ່າງ, ອຸປະກອນອອກສະໜາມ, ລົດຟ໋ອກລິບ ແລະ ອຸປະກອນປ້ອງກັນອັກຄີໄພ.

NAVIS ມຸ່ງໝັ້ນສະເໜີຜະລິດຕະພັນຄຸນນະພາບ, ໂຊລູຊັນທີ່ໃຊ້ໄດ້ຈິງ, ການໃຫ້ຄຳປຶກສາຢ່າງມືອາຊີບ ແລະ ບໍລິການທີ່ໜ້າເຊື່ອຖື. ພວກເຮົາຍັງເປັນຕົວແທນຈຳໜ່າຍ HELI, ຜູ້ຜະລິດລົດຍົກ ແລະ ອຸປະກອນຂົນຍ້າຍວັດສະດຸຊັ້ນນຳຂອງຈີນ.

ພາລະກິດຂອງພວກເຮົາ

ເພື່ອສະໜອງຜະລິດຕະພັນຄຸນນະພາບ ແລະ ໂຊລູຊັນທີ່ໃຊ້ໄດ້ຈິງ ເພື່ອຊ່ວຍໃຫ້ລູກຄ້າເຮັດວຽກໄດ້ມີປະສິດທິພາບ, ປອດໄພ ແລະ ເປັນມືອາຊີບຫຼາຍຂຶ້ນ. ພວກເຮົາມຸ່ງໝັ້ນມອບສິນຄ້າ ແລະ ບໍລິການທີ່ໜ້າເຊື່ອຖື, ໂຊລູຊັນໃໝ່ ແລະ ຄຸນຄ່າໄລຍະຍາວ.

ວິໄສທັດຂອງພວກເຮົາ

ເປັນຜູ້ໃຫ້ບໍລິການອຸປະກອນອຸດສາຫະກຳ ແລະ ໂຊລູຊັນສຳລັບສະຖານທີ່ເຮັດວຽກຊັ້ນນຳທີ່ໄດ້ຮັບຄວາມໄວ້ວາງໃຈໄດ້ໃນລາວ. ພວກເຮົາມີມຸ່ງໜັ້ນສ້າງບໍລິສັດທີ່ເຂັ້ມແຂງ ແລະ ຍືນຍົງ ທີ່ເປັນທີ່ຮູ້ຈັກດ້ານຄຸນນະພາບ, ຄວາມໜ້າເຊື່ອຖື, ນະວັດຕະກຳ ແລະ ບໍລິການຢ່າງເປັນມືອາຊີບ.

ຄຳໝັ້ນສັນຍາຂອງພວກເຮົາ

ສິນຄ້າຄຸນນະພາບ. ໂຊລູຊັນທີ່ໃຊ້ໄດ້ຈິງ. ບໍລິການຢ່າງມືອາຊີບ. ຄູ່ຮ່ວມງານທີ່ໄວ້ວາງໃຈໄດ້.

ທີມງານຂອງພວກເຮົາ